ຫຊສ ເມືອງອາດສະພັງທອງ ລົງປະຊາສໍາພັນວຽກງານຂື້ນທະບຽນອອກໃບຕາດິນ ຢູ່ທີ່ບ້ານໂພນງອຍ, ເມືອງອາດສະພັງທອງ, ແຂວງສະຫັວນນະເຂດ

 

        ໃນຄັ້ງວັນທີ 13 ກຸມພາ 2025 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງອາດສະພັງທອງໄດ້ເປີດກອງປະຊຸມປະຊາສໍາພັນວຽກງານຂຶ້ນ ທະບຽນອອກໃບຕາດິນ ຢູ່ອົງການປົກຄອງບ້ານໆ ໂພນງອຍ ໂດຍມີການເຂົ້າຮ່ວມຂອງນາຍບ້ານ, ແນວໂຮມບ້ານ, ສະຫະພັນ ແມ່ຍິງ, ຊາວໜຸ່ມ, ໜ່ວຍງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມບ້ານ, ຜູ້ຄອບຄອງ ແລະ ນໍາໃຊ້ທີ່ດິນ ມີຜູ້ເຂົ້າຮ່ວມທັງໝົດ 56 ທ່ານ,ຍິງ 19 ທ່ານ.

         ໃນທີ່ປະຊຸມ ທ່ານ ພູວາ ໄຊສົງຄາມ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງໄດ້ໃຫ້ກຽກກ່າວເປີກອງປະຊຸມ ຈາກນັ້ນ, ທ່ານ ຂັນທອງ ເລີດດາສັກ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄດ້ກ່າວຜ່ານແຈ້ງການຂອງທ່ານ ຫົວໜ້າ ພຊສ ແລະ ຂໍ້ຕົກຂອງທ່ານເຈົ້າເມືອງວ່າດ້ວຍການຂື້ນທະບຽນອອກໃບຕາດິນທົ່ວເມືອງອາດສະພັງທອງ ປະຈໍາປີ 2025, ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມ ທ່ານ ເນດຄໍາ ສຸດທະລັກ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ໂດຍເພີ່ນໄດ້ຍົກໃຫ້ເຫັນ ບົດບາດຍິງ-ຊາຍ ຊຶ່ງມີຜູ້ເຂົ້າຮ່ວມຈາກອົງການປົກຄອງບ້ານ, ສະຫະພັນ ແມ່ຍິງບ້ານ, ແມ່ຍິງແຕ່ລະຄອບຄົວ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບ ທໍາຂອງແມ່ຍິງ ໂດຍຍົກໃຫ້ເຫັນບາງມາດຕາຂອງລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເປັນຕົ້ນ ການມີຊື່ໃນໃບຕາດິນ ເຊັ່ນ ຊັບເດີມຂອງເມຍກໍໃຫ້ອອກຊື່ເມຍ, ຊັບເດີມຂອງຜົວກໍໃຫ້ອອກຊື່ຜົວ, ຖ້າເປັນສິນສົມ ສ້າງ ກໍໃຫ້ອອກຊື່ຮ່ວມກັນທັງຜົວ ແລະ ເມຍໃນໃບຕາດິນ.



No comments:

ads
Powered by Blogger.