ພາລະບົດບາດ, ສິດ ແລະ ໜ້າທີ່ຂອງໜ່ວຍງານບໍລິຫານ

 

1.     ຜັນຂະຫຍາຍແຜນການ, ແຜນງານ, ໂຄງການ ຂອງຫ້ອງການ ໃຫ້ເປັນໜ້າວຽກລະອຽດຂອງໜ່ວຍງານຕົນ ພ້ອມທັງຮັບຜິດຊອບຈັດຕັ້ງປະຕິບັດ ໃຫ້ໄດ້ມີປະສິດທິຜົນສູງ;

2.    ເປັນໃຈກາງປະສານງານ ແລະ ອຳນວຍຄວາມສະດວກ ທັງໃຫ້ການຊ່ວຍເຫຼືອ ແລະ ການຮ່ວມມື ຕາມຄວາມເໝາະສົມ ແກ່ບັນດາໜ່ວຍງານຕ່າງໆ ພາຍໃນຫ້ອງການ ໃນການຈັດຕັ້ງປະຕິບັດໜ້າທີ່ວິ ຊາສະເພາະ ຂອງຫ້ອງການ;

3.    ຄຸ້ມຄອງ-ບໍລິຫານ ວຽກງານຂາເຂົ້າ-ຂາອອກ, ສໍາເນົາ ແລະ ປົກປັກຮັກສາເອກະສານ, ຈໍລະຈອນ ແລະ ແຈກຢາຍເອກະສານ, ວຽກງານພິທີການ, ຮັບແຂກ, ອະນາໄມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອື່ນໆ;

4.    ສ້າງແຜນການເຄື່ອນໄຫວຂອງຫ້ອງການ ປະຈຳເດືອນ, 03 ເດືອນ, 06 ເດືອນ, ປະຈໍາປີ ແລະ ແຜນຍຸດທະສາດ  ພ້ອມທັງສະຫຼຸບລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງການໃນແຕ່ລະໄລຍະ ບົນພື້ນຖານການສັງລວມບັນດາແຜນການ ແລະ ບົດລາຍງານສະເພາະ ຂອງແຕ່ລະໜ່ວຍງານ ພາຍໃນຫ້ອງການ;

5.    ສ້າງແຜນການເຄື່ອນໄຫວວຽກງານ, ແຜນງົບປະມານປະຈໍາປີ, ແຜນຈັດຊຶ້-ຈັດຈ້າງ, ກໍ່ສ້າງ, ສ້ອມ ແປງ ແລະ ຄຸ້ມຄອງຊັບສົມບັດຂອງລັດ ທີ່ຫ້ອງການຄຸ້ມຄອງ ແລະ ນໍາໃຊ້ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;

6.    ເກັບຄ່າທຳນຽມ, ຄ່າບໍລິການກ່ຽວກັບວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດຕົນຮັບຜິດຊອບ;

7.    ເກັບກຳສັງລວມ ແລະ ສ້າງລະບົບຖານຂໍ້ມູນ ໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເພື່ອຄຸ້ມຄອງຢ່າງລວມສູນ ແນໃສ່ເກັບຮັກສາ, ນໍາໃຊ້, ແລກປ່ຽນ ແລະ ບໍລິການ;

8.    ເຜີຍແຜ່ປະຊາສຳພັນ ຂໍ້ມູນ-ຂ່າວສານ ກ່ຽວກັບວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຫ້ອງການຕົນຮັບຜິດຊອບ ຜ່ານສື່ສິ່ງພິມ,ໂທລະພາບ, ວິທະຍຸ ແລະ ການສື່ສານອື່ນທີ່ເໝາະສົມ;

9.    ເກັບກໍາຂໍ້ມູນ, ສັງລວມສະຖິຕິ, ຊີວະປະຫວັດ, ການເລື່ອນຊັ້ນ-ຂັ້ນເງິນເດືອນ, ການອຸດໜູນ, ການ ບຳເນັດ-ບໍານານ, ການເສຍຊີວິດ ແລະ ອື່ນໆ ພ້ອມທັງຕີລາຄາ ແລະ ປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ພາຍໃນຫ້ອງການຕົນ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດໄວ້;

10.  ສ້າງ ແລະ ປັບປຸງ ແຜນການກໍ່ສ້າງ ແລະ ບໍາລຸງພະນັກງານທາງດ້ານການເມືອງ-ແນວຄິດ, ວິຊາສະ ເພາະ ແລະ ນໍາໃຊ້ພະນັກງານ-ລັດຖະກອນ ໃນຫ້ອງການຕົນ ລວມທັງວຽກງານອົງການຈັດຕັ້ງມະຫາ ຊົນ, ວຽກງານໂຄສະນາອົບຮົມ ແລະ ອື່ນໆ ຕາມລະບົບສາຍຂວາງ;

11.   ຄົ້ນຄວ້າ ແລະ ນໍາສະເນີຂັ້ນເທິງ ແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ພາຍໃນຄວາມຮັບຜິດ ຊອບຂອງຫ້ອງການ;

12.  ຄົ້ນ ແລະ ນໍາສະເໜີການປະຕິບັດນະໂຍບາຍຕໍ່ການຈັດຕັ້ງ, ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ເຂົ້າໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດຂອງເມືອງ ແລະ ປະຕິບັດວິໄນຕໍ່ການຈັດຕັ້ງ, ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດກົດໝາຍ ແລະ ລະບຽບການ;

13.  ພົວພັນຮ່ວມມືກັບຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຂົນຂວາຍເອົາທຶນ, ເຕັກນິກ-ວິຊາການ ເພື່ອສ້າງຄວາມເຂັ້ມແຂງວຽກງານຂອງໜ່ວຍງານຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທິງ;

14.  ຕິດຕາມ ການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງໜ່ວຍງານ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະ ບຽບການຕ່າງໆ ຂອງລັດ;

15.  ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ຊັບສົມບັດລວມຂອງລັດ, ບັນດາເອກະສານຕ່າງໆ ຂອງໜ່ວຍງານ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງໜ່ວຍງານ ຕໍ່ຫົວໜ້າຫ້ອງການ ເປັນແຕ່ລະໄລຍະ;

16.  ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າຫ້ອງການ ແລະ ຂັ້ນເທິງ.

No comments:

ads
Powered by Blogger.